ສະພາບນໍ້າໃຕ້ດິນໃນລາວ
ສະພາບນໍ້າໃຕ້ດິນໃນລາວ
ນໍ້າໃຕ້ດິນ ຫຼື ນໍ້າບາດານ (Groundwater) ຄືນໍ້າທີ່ຊືມລົງໃຕ້ດິນ ແລະ ຖືກເກັບກັກໄວ້ໃນຊ່ອງຫວ່າງຂອງຊັ້ນດິນ ຫຼື ຫີນ ຈົນຮອດຊັ້ນດິນ ຫຼື ຊັ້ນຫີນນັ້ນອື່ມຕົວວຂອງນໍ້າ. ແຫຼ່ງນໍ້າໃຕ້ດິນທີ່ສຳຄັນ ເຊັ່ນ ນໍ້າຈາກບໍ່ນໍ້າບາດານ, ນໍ້າບາດານແຮງດັນສູງພໍທີ່ສາມາດໄຫຼອອກສູ່ຜິວດິນໄດ້ເອງໂດຍບໍ່ຕ້ອໃຊ້ຈັກໂປ້ມນໍ້າ ເຊັ່ນນໍ້າພູ ແລະ ນໍ້າລິນ. ນໍ້າພູ, ນໍ້າລິນ ແລະ ນໍ້າບາດານແມ່ນນໍ້າທີ່ສະອາດ ບໍ່ມີເຊື້ອໂຣດ ເພາະນໍ້າທັງສາມ ແມ່ນນໍ້າໄດ້ໄຫຼລົງຊັ້ນດິນທີ່ເລິກ ຊຶ່ງດິນໄດ້ກອງເອົາສານແຂວນລອຍຢູ່ໃນນໍ້າ ແລະ ເຊື້ອໂຣກໄວ້ເກືອບໝົດ. ນອກຈາກນີ້, ນໍ້າພຸ, ນໍ້າລິນ ແລະ ນໍ້າບາດານຈະມີແຮ່ທາດຕ່າງໆ ລະລາຍຢູ່ເປັນປະລິມານຫຼາຍເພາະໄຫຼ່ຜ່ານດິນລົງເລິກໄປຫຼາຍ.
ນໍ້າໃຕ້ດິນ ເປັນແຫຼ່ງນໍ້າທີ່ສຳຄັນທີ່ນຳມາໃຊ້ເພື່ອການອຸປະໂພກ ແລະ ບໍລິໂພກ ໃນເມືອງຂະໜາດນ້ອຍ ແລະ ຕາມຊຸ່ມຊົນ ໂດຍສະເພາະພື້ນທີ່ທີ່ມີລັກສະນະເຄີ່ງແຫ້ງແລ້ງ. ນອກຈາກນີ້, ນໍ້າໃຕ້ດິນຍັງເປັນອົງປະກອບທີ່ສຳຄັນໃນລະບົບອຸທົກວິທະຍາ, ການໄຫຼໃນແມ່ນໍ້າສາຍໃຫຍ່ ສ່ວນໜຶ່ງໄດ້ຈາກນໍ້າໃຕ້ດິນທີ່ສະສົມຢູ່ ໂດຍສະເພາະຢ່າງຍິ່ງໃນລະດູແລ້ງ. ນໍ້າໃຕ້ດິນ ເປັນແຫຼ່ງນໍ້າທີ່ສຳຄັນທີ່ນຳມາໃຊ້ເພື່ອການອຸປະໂພກ ແລະ ບໍລິໂພກ ໃນເມືອງຂະໜາດນ້ອຍ ແລະ ຕາມຊຸ່ມຊົນ ໂດຍສະເພາະພື້ນທີ່ທີ່ມີລັກສະນະເຄີ່ງແຫ້ງແລ້ງ. ນອກຈາກນີ້, ນໍ້າໃຕ້ດິນຍັງເປັນອົງປະກອບທີ່ສຳຄັນໃນລະບົບອຸທົກວິທະຍາ, ການໄຫຼໃນແມ່ນໍ້າສາຍໃຫຍ່ ສ່ວນໜຶ່ງໄດ້ຈາກນໍ້າໃຕ້ດິນທີ່ສະສົມຢູ່ ໂດຍສະເພາະຢ່າງຍິ່ງໃນລະດູແລ້ງ.
ສປປ ລາວ ແມ່ນເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນນ້ຳ ໂດຍເປັນປະເທດບໍ່ມີທາງອອກໄປສູ່ທະເລ ຊຶ່ງຕັ້ງຢູ່ໃນເຂດອາຊີຕາເວັນອອກຊຽງໃຕ້. ໃນປີ 2013, ອົງການ Food and Agriculture Organization (FAO) ໄດ້ຄາດຄະເນນ້ຳໃຕ້ດິນປະຈຳປີໃຫ້ປະເທດລາວຢູ່ທີ່ປະມານ 37.900 MCM. ສຳລັບປະເທດລາວ ແຫຼ່ງນ້ຳໃຕ້ດິນ ແມ່ນເປັນແຫຼ່ງສຳຄັນ ໃນການສະໜອງນ້ຳເຂົ້າໃນອຸປະໂພກ-ບໍລິໂພກໃນເຂດຕົວເມືອງ ແລະ ເຂດຫ່າງໄກຊອກຫຼີກ, ກະສິກຳຂະໜາດນ້ອຍ, ອຸສາຫະກຳ ແລະ ອື່ນໆ (Johnston et al., 2010). ໃນປີ 2005, ໄດ້ມີການປະເມີນການນຳໃຊ້ນ້ຳເພື່ອອຸປະໂພກ-ບໍລິໂພກ ໂດຍນຳໃຊ້ນ້ຳໃຕ້ດິນ ປະມານ 100 ລິດ/ມື້/ຄົນ. ໃນຂະນະດຽວກັນ, ນ້ຳໃຕ້ດິນໃນລາວ ກໍມີຄວາມສ່ຽງ ກ່ຽວກັບ ການປົນເປື້ອນການປ່ອຍນ້ຳເປື້ອນອອກຈາກຄົວເຮືອນ, ການຕົກຄ້າງຂອງຢາຂ້າຫຍ້າທີ່ມາຈາກການພັດທະນາກະສິກຳ ແລະ ນ້ຳເປື້ອນຈາກຂຸມຂີ້ເຫຍື້ອ.
ເມື່ອເວົ້າສະເພາະໃນ ສປປ ລາວ, ນໍ້າໃຕ້ດິນ ຍັງເປັນແຫຼ່ງນໍ້າທີ່ສຳຄັນໃນການຜະລິດນໍ້າປະປາ ເຊັ່ນ ໃນນະຄອນຫລວງວຽງຈັນ ແມ່ນມີໂຮງງານນໍ້າປະປາບ້ານບໍ່ເຫຼັກ, ບ້ານນາທາມ ແລະ ບ້ານນາຊ້ອນ ຊຶ່ງລ້ວນແຕ່ນຳໃຊ້ນໍ້າໃຕ້ດິນໃນການຜະລິດນໍ້າປະປາ ແຕ່ເຖິ່ງຢ່າງໃດກໍຕາມ ມີບາງປີ ທີ່ໂຮງງານຜະລິດນໍ້າດັ່ງກ່າວ ແມ່ນປະສົບບັນຫາກ່ຽວກັບການນໍ້າໃຕ້ດິນບໍ່ພຽງພໍກັບຄວາມຕ້ອງການນຳໃຊ້ນໍ້າ (ກົມນໍ້າປະປາ, ກະຊວງໂຍຖາທິການ ແລະ ຂົນສົ່ງ ແລະ ລັດວິສາຫະກິດນໍ້າປະປາ). ນອກຈາກນີ້, ນໍ້າໃຕ້ດິນ ໃນທົ່ງພຽງວຽງຈັນ ແລະ ທົ່ງພຽງ ສະຫວັນນະເຂດ ແມ່ນເຊື່ອມຕໍ່ກັບທົ່ງຮາບໂຄລາດ ຂອງປະເທດ (ພາກອີສານ) ທີ່ມີເກືອໃນຊັ້ນໃຕ້ດິນເປັນຈຳນວນຫຼາຍ ເນື່ອງຈາກທົ່ງຮາບນີ້ ແມ່ນເຄີຍເປັນທະເລມາກ່ອນ ໃນຫຼາຍລ້ານປີກ່ອນ (ກຽງສັກ ສີສຸກ, 1999). ຈາກຂໍ້ມູນກ່ຽວກັບ ທໍລະນີສາດ ໃນນະຄອນຫຼວງວຽງຈັນ ຂອງກົມທໍລະນີສາດ ແມ່ນໄດ້ ສະແດງໃຫ້ເຫັນເຖິ່ງຊັ້ນເກືອ 3 ຊັ້ນ. ນອກຈາກນີ້, ໃນນະຄອນຫຼວງວຽງຈັນ ຍັງມີໂຮງງານຂຸດຄົ້ນ ເກືອໂປຼເຕັດສ ທີ່ບ້ານດົງບ່ອງ ແລະ ບ້ານທົ່ງມັ່ງ ແລະ ສຳລັບ ເຂດທົ່ງພຽງ ສະຫວັນນະເຂດ ແມ່ນໄດ້ພົບກັບບັນຫານໍ້າເຄັມໃນວົງກ້ວາງ.
ບັນຫາກ່ຽວກັບນ້ຳໃຕ້ດິນ ໃນ ສປປ ລາວ ປະກອບມີ 1) ດ້ານຂໍ້ມູນ-ຂ່າວສານ ກ່ຽວກັບນ້ຳໃຕ້ດິນ ແມ່ນຍັງເຫັນວ່າຂາດແຂນ, ລະບົບແຜນທີ່ແມ່ນຍັງແຕກຕ່າງກັນ, ຍັງບໍ່ທັນຈະແຈ້ງກ່ຽວກັບພາລະບົດບາດຂອງອົງການຄຸ້ມຄອງ ໃນວຽກງານການເກັບກຳຂໍ້ມູດ້ານນ້ຳໃຕ້ດິນ. 2) ຄຸນນະພາບນ້ຳໃຕ້ດິນ ມີການປ່ຽນແປງຈາການພັດທະນາທີ່ດິນ ແລະ ພັດທະນາຕົວເມືອງ ຊຶ່ງຄຸນນະພາບນໍ້າໃຕ້ດິນ ມີຄວາມສ່ຽງ ໄດຮັບຜົນກະທົບຈາກສານເຄມີຕົກຄ້າງ ຈາກຢາຂ້າຫຍ້າ ແລະ ການຂຸດເຈາະນ້ຳສ້າງ ຫຼື ນ້ຳບາດານ ທີ່ໃກັກັບຫ້ອງນ້ຳ ແມ່ນມີ່ຄວາມສ່ຽງ ກ່ຽວກັບ ເຊື້ອພະຍາດ. 3) ລະບຽບການຄຸ້ມຄອງ ແມ່ນຍັງບໍ່ທັນສາມາດບັງຄັບໃຊ້ໄດ້, 4) ພະນັກງານທີ່ຄຸ້ມຄອງນ້ຳໃຕ້ດິນ ແມ່ນຍັງຂາດຄວາມຮູ້ຄວາມສາມາດ ສະເພາະດ້ານ.
ຫາກຕ້ອງການຊອກຫາອຸປະກອນກ່ຽວກັບການຕິດຕາມຄຸນນະພາບນ້ຳ ແລະ ເຄື່ອງກອງນ້ຳ ສາມາດຊອກຫາໄດ້ https://cl.accesstrade.in.th/001dvb001dtn
16 December 2021
Viewed 1905 time