ຄຸນນະພາບນໍ້າໃຕ້ດິນ
ຄຸນນະພາບນໍ້າໃຕ້ດິນ
ຄວາມແຕກຕ່າງລະຫວ່າງນໍ້າບາດານ ແລະ ນໍ້າໜ້າດິນ ແມ່ນປະກອບມີ: ກ) ຄວາມໃສ ແມ່ນການກ່ອງຕະກອນຕາມທຳມະຊາດ ທີ່ເກີດຂຶ້ນລະຫວ່າງການຊື່ມຢ່າງຊ້າໆ ແລະ ເຂົ້າສູ່ຊັ້ນນໍ້າທີ່ເຮັດໃຫ້ນໍ້າບາດານໃສສະອາດ ແຕ່ນໍ້າໜ້າດິນ ມີດິນໜຽວແຂວລອຍຢູ່ ຈຶ່ງຂຸ່ນກ່ວານໍ້າບາດານ. ຂ) ມີຈຸລິນຊີນ້ອຍ ການໄຫຼວຽນຂອງແກ໊ສອ໋ອກຊີແຈນຈາກອາກາດລົງໄປບໍ່ເຖິ່ງ ແລະ ການຍ່ອຍສະລາຍສານອິນຊີ ໂດຍຈຸລິນຊີໃຕ້ດິນ ຈະດື່ງເອົາແກ໊ສອ໋ອກຊີແຈນໄປໃຊ້ ຈຸລິນຊີ ທີ່ໃຊ້ ອ໋ອກຊີແຈນ ຈຶ່ງບໍ່ຈະເລີນຕີບໂຕ. ຄ) ຄຸນສົມບັດຄົງທີ່ ຊຶ່ງເຄມີຂອງນໍ້າບາດານໃນພື້ນທີ່ໜຶ່ງໆ ແມ່ນຈະຄົງທີ່ ເນື່ອງຈາກການປະສົບນໍ້າບາດານກັບສານອື່ນທີ່ມາຈາກພາຍນອກຊັ້ນນໍ້າເກີດຂຶ້ນໄດ້ຍາກ ແລະ ສິ່ງແວດລ້ອມຖືກໂດດດຽວຈາກຜິວດິນ, ສ່ວນປະກອບ ແລະ ຄຸນສົມບັດທີ່ຄົງທີ່ ໄດ້ແກ່ ສານຫຼັກ ອອກຊີເຈນລະລາຍນໍ້າ ຂອງແຂງລະລາຍນໍ້າທັງໝົດ.
ຄຸນລັກສະນະທາງກາຍຍະພາບ (Physical Characteristics) ແມ່ນມີ ຄວາມຂຸ່ນ, ສີ, ຣົດຊາດ, ຄວາມເປັນກົດ-ເປັນດ່າງ ແລະ ການສັກນໍາໄຟຟ້າ.
ຄຸນລັກສະນະທາງເຄມີ (Chemical Characteristics) ແມ່ນມີ ແຄລຊຽມ (Calcium), ແມັກນີຊຽມ (Magnesium), ໂຊດຽມ (Sodium), ໂພແທັສຊຽມ (Potassium), ເຫຼັກ (Iron), ຄໍລໄຣດ (Chloride), ຊູສຟັດສ (Sulfate), ໄນແທຣຕ(Nitrate), ຄວາມກະດ້າງ (Hardness)ແລະ ປະລິມານທັງໝົດທີ່ລະລາຍໄດ້ (Total Dissolved Solid; TDS).
ນໍ້າ ປະກອບມີທັງມີ ດ້ານຄຸນນະພາບນໍ້າ ແລະ ດ້ານປະລິມານ ທີ່ສຳຄັນ. ໃນນີ້, ດ້ານຄຸນນະພາບ ແມ່ນເປັນດ້ານທີ່ສຳຄັນຕໍ່ການນຳໃຊ້ນໍາ້ ໂດຍສະເພາະແມ່ນການນຳໃຊ້ເພື່ອອຸປະໂພກ ແລະ ບໍລິໂພກ. ສະນັ້ນ, ຕ້ອງໄດ້ມີການສັງເກດ, ການວດສອບຄຸນນະພາບນໍ້າ ໃຫ້ລະອຽດ ພ້ອມທັງ ການປົກປັກຮັກສາແຫຼ່ງນໍ້າໃຫ້ມີຄຸນນະພາບທີ່ດີ. ດັ່ງນັ້ນ, ຈຳເປັນຕ້ອງໄດ້ມີຄວາມເຂົ້າໃຈກ່ຽວກັບຄຸນນະພາບນໍ້າທັງນໍ້າໜ້າດິນ ແລະ ນໍ້າໃຕ້ດິນ. ຄຸນລັກສະນະນໍ້າ ປະກອບມີ 3 ຄຸນລັກສະນະເຊັ່ນ: ຄຸນລັກສະນະທາງກາຍຍະພາບ, ຄຸນລັກສະນະທາງເຄມີ ແລະ ຄຸນລັກສະນະທາງຟິຊິກ.
- ຄຸນລັກສະນະທາງກາຍຍະພາບ (Physical Characteristics)
ຄວາມຂຸ່ນ (Turbidity) ແມ່ນໝາຍເຖິງປະລິມານສານແຂວນລອຍທີ່ຢູ່ໃນນໍ້າ ເຊັ່ນ: ດິນ, ສານອິນຊີ ແລະ ສານອະອິນຊີ ຊຶ່ງຫົວໜ່ວຍຄວາມຂຸ່ນ (Turbidity Unit: TU).
ສີ (Color) ໃນນໍ້າບາດານ ສີອາດເກີດຈາກສານອິນຊີ ເຊັ່ນ: ການເນົ່າເປື້ອຍຂອງຊາກພືດ, ຊາກສັດ ແລະ ສິ່ງມີຊີວິດນ້ອຍໆ (ແພງຕລອນ) ຫຼື ສານອິນຊີ ເຊັ່ນ: ທາດແຮ່ຕ່າງໆ.
ຣົດຊາດ ແລະ ກິ່ນ (Taste and Oder) ຣົດຊາດຂອງນໍ້າບາດານສ່ວນໃຫຍ່ແມ່ນເກີດຈາກສານອິນຊີ, ເກືອຕ່າງໆທີ່ລະລາຍໃນນໍ້າ ເຊັ່ນ: ເກືອແກງ (NaCl), ແຄວຊຽມຄຼໍລາຍ (CaCl2), ໂຊດຽມເຊີເຟດ (Na2SO4) ແລະ ແຄລຊຽມຊັນແຟດ (Ca2SO4) ຊຶ່ງຈະໃຫ້ຣົດຊາດເຄັມໆນົວໆ, ຝາດປາກ, ຂົມ ແຕກຕ່າງກັນ ຂຶ້ນຢູ່ກັບສະພາບທີ່ມີເກືອໃນປະລິມານທໍ່ໃດ.
ຄວາມເປັນກົດ-ດ່າງ ( Positive Potential of the Hydrogen Ions: pH) ໝາຍເຖິ່ງ ຄ່າໄຮໂດເຈນໄອອອນ (H+) ແລະ ໄຮດຣອກຊີກໄອອນ (OH-) ໃນນໍ້ານັ້ນວ່າມີຫຼາຍໜ້ອຍປານໄດ້ pH. ສຳລັບ, ສປປ ລາວ ໄດ້ກໍານົດຄ່າ pH ມາດຕະຖານນໍ້າໃຕ້ດິນ ສຳລັບບໍລິໂພກ ແມ່ນ 6.5 ຫາ 9.0. ນອກຈາກນີ້, ຄ່າ pH ແມ່ນຄ່າເປັນກົດ-ເປັນດ່າງ ແມ່ນອີກໜຶ່ງປັດໃຈພື້ນຖານຂອງນໍ້າບາດານ ທີ່ພົບເຫັນໄດ້ໃນຫຼາຍແຫ່ງຂອງ ປະເທດ ລາວ. ແຕ່ການກວດຄ່າ pH ຊຶ່ງສາມາດກວດຊອບໄດ້ງ່າຍ ຊຶ່ງສາມາດຊອກຫາຂໍ້ມູນ ແລະ ເລືອກໃຊ້ ໄດ້ https://cl.accesstrade.in.th/001dvb001dtn
ການນຳໄຟຟ້າ (Electrical Conductivity: EC) ແມ່ນຈະມີຫຼາຍ ຫຼື ໜ້ອຍ ຂຶ້ນຢູ່ຊະນິດ ແລະ ປະມິມານສານລະລາຍເກືອແຮ່ທີ່ມີຢູ່ໃນນໍ້າ.
- ຄຸນລັກສະນະທາງເຄມີ (Chemical Characteristics)
ແຄລຊຽມ (Calcium, Ca) ເປັນແຮ່ທາດທີ່ຮ່າງຮ່າງກາຍຕ້ອງການ ຊຶ່ງເຫັນຫຼາຍໃນນໍ້າຕາມທຳມະຊາດ ເພາະມີຢູ່ທົ່ວໄປໃນດິນ ແລະ ຫີນ. ໂດຍສະເພາະ ແມ່ນໃນຫິີນປູນ ຊຶ່ງປະກອບດ້ວຍແຮ່ແຄລໄຊ໌ (Calcite) ໂດໂລໄມຕ໌ (Dolomite), ຍີບຊໍ້າ (Gypsum), ແລະ ແອນໄຮໄດຣ (Anhydrite). ນໍ້າທີ່ສ່ວນປະກອບຂອງ ແຄລຊຽມຈາກຊັ້ນຫີນປູນ ໃນປະລິມານ 30 ຫາ 120 mg/l. ນອກຈາກນນີ້, ແຄລຊຽມ ໃນຮູບແບບຂອງແຄລຊຽມຄາຣ໌ບາເນດ ເປັນປັດໄຈສຳຄັນທີ່ເຮັດໃຫ້ນໍ້າກະດ້າງ.
ແມກນີຊຽມ (Magnesium, Mg) ເປັນແຮ່ທາດຊະນິດໜຶ່ງທີ່ມີຄວາມສຳຄັນຕໍ່ຮ່າງກາຍ. ເມື່ອເວົ້າສະເພາະ ມາດຕະຖານນໍ້າດື່ມຂອງ ລາວ ແມ່ນໄດ້ກຳນົດ ແມ່ນ 100 mg/l .
ໂຊດຽມ (Sodium, Na) ໂດຍທົ່ວໄປ ນໍ້າບາດານຈະມີໂຊດຽມນ້ອຍກ່ວາ 200 mg/l ຊຶ່ງເປັນອັນຕະລາຍຕໍ່ຜູ້ບໍລິໂພກ. ເມື່ອເວົ້າສະເພາະ ມາດຕະຖານນໍ້າດື່ມຂອງ ລາວ ແມ່ນໄດ້ກຳນົດ ແມ່ນ 150 mg/l . ນໍ້າທີ່ມີປະລິມານໂຊດຽມສູງ ມັກເກີດບັນຫາ ເມື່ອນຳນໍ້າໄປໃຊ້ໃນການກະສິກຳ.
ໂພແທສຊຽມ (Potassium, K) ແຮ່ທາດໂພແທສຊຽມ ໄດ້ແກ່ ເຟລດ໌ສປາຮ໌ (Feldspar) ແລະ ໄມກາ (Mica) ໂດຍປົກກະຕິ ແມ່ນມີປະປົນໃນນໍ້າໜ້ອຍ ຈື່ງບໍ່ເປັນອັນຕະລາຍ. ໃນນໍ້າບາດານສ່ວນຫຼາຍມີປະລິມານ 20 mg/l.
ເຫຼັກ (Iron: Fe) ໂດຍທົ່ວໄປ, ມັກຈະພົບສານປະກອບຂອງເຫຼັກປະສົມກັບຊັ້ນບາດານ, ຕົ້ນກຳເນີດຂອງເຫຼັກໃນນ້ຳບາດານເກີດຈາກແຮ່ທີ່ມີເຫຼັກເປັນສ່ວນປະກອບ ເຊັ່ນ: ໄບໂອໄທຕ໌, ກາຣເນດ ແລະ ອື່ນໆ ຊຶ່ງເປັນແຮ່ປະກອບຫີນທີ່ເກັບກັກນ້ຳບາດານ. ນອກຈາກນີ້, ທາດເຫຼັກແມ່ນອາດຈະມາຈາກຫົວຈັກໂປ້ມນ້ຳບາດານ, ທໍ່ນ້ຳ ຫຼື ກ໋ອກນ້ຳ ທີ່ເປັນຂີ້ມ້ຽງ ແລະ ເກີດເນື່ອງຈາກ Iron Bacteria. ບັນຫາທີ່ສຳຄັນຂອງນ້ຳທີ່ມີປະລິມານທາດເຫຼັກຫຼາຍຄື ນ້ຳມັກມີສີຂຸ່ນແດງ, ມີກິດຂີ້ມ້ຽງ, ເກີດຄາບຂີ້ມ້ຽງຕາມເຄື່ອງສຸກຂະພັນ, ຊັກເສື້ອຜ້າກໍມີຄາບສີຂີ້ມ້ຽງ ແລະ ມີຕະກອນອຸດຕັນຕາມທໍ່ຕ່າງໆ. ທາດເຫຼັກທີ່ຢູ່ໃນນ້ຳດານມີ ແບບຄື: Fe2+ ແລະ Fe3+ ຊຶ່ງ Fe2+ ຈະປ່ຽນຈາກຮູບໄປເປັນ Fe3+ ໂດຍບໍ່ສາມາດລະລາຍໃນນ້ຳໄດ້ເມື່ອໄດ້ສຳພັດກັບອາກາດ, ການກຳຈັດເຫຼັກອອກຈາກນ້ຳບາດານຈຶ່ງສາມາດເຮັດໄດ້ງ່າຍໂດຍໃຫ້ນ້ຳສຳພັດກັບອາກາດຈົນເຫຼັກຕົກຕະກອນແລ້ວຈຶ່ງກຳຈັດຕະກອນຂີ້ມ້ຽງໂດຍວິທີການກອງ.
ຄລອໄຣດ (Chloride: CI) ປະລິມານ ຄລອໄຣດ ໃນນ້ຳບາດານຈະເກີດຈາກການລະລາຍ ຂອງເກືອແຄລຊຽມ, ເມັກກະນິກຊຽມ, ໂພແທສຊຽມ ແລະ ໂຊດຽມ. ນ້ຳທີ່ມີ ຄລອໄຣດ ສູງມັກເກີດຈາກການແຊກໂຕຂອງນ້ຳທະເລເຂົ້າມາໃນຊັ້ນນ້ຳບາດານ ແລະ ເຮັດໃຫ້ນ້ຳບາດານທີລົດຊາດກ່ອຍ ຫາກມີປະລິມານສູງຫຼາຍ ຈະເຮັດໃຫ້ນ້ຳມີຣົດຊາດເຄັມ ມາດຕະຖານນ້ຳດື່ມແນະນຳໃຫ້ມີປະລິມານ ຄລອໄຣດ ໄດ້ 200 ມິລີກຼາມ ຕໍ່ ລິດ ແຕ່ບໍ່ໃຫ້ມີຫຼາຍກາຍ 600 ມິລີກຼາມ ຕໍ່ ລິດ. ຕົວຢ່າງ ທົ່ງຮາບວຽງຈັນ ແລະ ທົ່ງຮາບສະຫວັນນະເຂດ ແມ່ນເປັນພາກສ່ວນໜຶ່ງຂອງ ທົ່ງຮາບໂຄຣາດ ປະເທດໄທ ຊຶ່ງໃນເຂດນີ້ ແມ່ນເຄີຍມີນ້ຳທະເລ ຖ້ວມພື້ນທີ່ມາກ່ອນ. ສະນັ້ນ, ໃນບາງເຂດຂອງພື້ນທີ່ແຫ່ງນີ້ ຈຶ່ງພົບເຫັນວ່າມີນ້ຳເຄັມ.
ຊຸລເຟີ (Sulfate: SO4) ນ້ຳບາດານທົ່ວໄປມີປະລິມານຊຸລເຟີ ໜ້ອຍກ່ວາ ຄລອໄຣດ, ນ້ຳບາດານທີ່ມີປະລິມານ ຊຸນລເຟີ ສູງເກີນຈາກແຮ່ ຍິບຊັມ, ແອນໄຮໄດຣ. ນອກຈານີ້, ຍັງເກີດຈາກການຮ່ວມກັບອອຊີເຈນຂອງແຮ່ໄພໄຣຕ ຖ້າມີປະລິມານຊຸລເຟີສູງໆ ຈະເຮັດໃຫ້ນ້ຳມີລົດຊາດຝືດ ຫຼື ຂົມ ແລະ ຖ້າຢູ່ຮູບແບບແມກນິຊຽມຊຸນລເຟີ ໃນປະລິມານທີ່ຫຼາຍ ອາດຈະເຮັດໃຫ້ເກີດອາການຖອກທ້ອງໄດ້, ໃນມາດຕະຖານນ້ຳດື່ມແນະນຳໃຫ້ມີປະລິມານ ຊຸລເຟີ ໄດ້ 200 ມິລີກຼາມ ຕໍ່ ລິດ ແຕ່ບໍ່ເກີນ 250 ມິລີກຼາມ ຕໍ່ ລິດ.
ໄນແທຕ (Nitrate: NO3) ໄນແທຕ ມັກເກີດຈາການປົນເປື້ອນຈາກພາຍນອກ ເຊັ່ນ: ເກີດຈາກການໃຊ້ປຸ໋ຍ, ການເນົ່າເປື່ອຍຜຸຜັງຂອງຊາກພືດ, ເກີດຈາກມູນສັດ. ໂດຍທົ່ວໄປ, ຈະພົບໄນແທຕໃນນ້ຳບາດານໜ້ອຍກ່ວາ 10 ມິລີກຼາມ ຕໍ່ ລິດ. ແຕ່ຖ້າພົບວ່ານ້ຳບານບາງບໍ່ມີໄນແທຕສູງ ຈະເກີດຈາກການປົນເປື້ອນພາຍນອກເຊັ່ນ: ຖານຂອງບໍ່ນ້ຳບາດານແຕກ, ມີທໍ່ຮົ່ວ ຫຼື ມີການຊື່ມຜ່ານຈາກໜ້າດິນລົງໄປໃນບໍ່ທີ່ເຈາະລົງບໍ່ເລິກຫຼາຍ ຊຶ່ງມາດຕະຖານນ້ຳດື່ມໄດ້ກຳນົດໃຫ້ມີໄນແທຕບໍ່ເກີນ 45 ມິລີກຼາມ ຕໍ່ ລິດ.
ຄວາມກະດ້າງ (Hardness) ຄວາມກະດ້າງເປັນຄຸນລັກສະນະທາງເຄມີທີ່ສຳຄັນປະການໜຶ່ງຂອງນ້ຳບາດານ ຊຶ່ງພົບຫຼາຍກ່ວາໃນນ້ຳໜ້າດິນ, ຄວາມກະດ້າງຈະຢູ່ໃນຮູບແບບສານປະກອບຂອງແຄນຊຽມ ແລະ ແມັກນິຊຽມເປັນສ່ວນໃຫຍ່. ບັນຈຸລົບທີ່ຈັບຕົວກັບແຄລຊຽມ ແລະ ແມັກນິຊຽມ. ຖ້າເປັນໄບຄາຣບໍເນດຈະເປັນນ້ຳກະດ້າງຊົ່ວຄາວ. ຖ້າເປັນ ຊັລເຟີ ແລະ ຄລອໄຣດ ຈະເປັນນ້ຳກະດ້າງຖາວອນ, ນ້ຳກະດ້າງຊົ່ວຄາວສາມາດກຳຈັດໄດ້ດ້ວຍການຕົ້ມ. ສຳລັບນ້ຳກະດ້າງຖາວອນ ບໍ່ສາມາດແກ້ໄຂໄດ້ດ້ວຍການຕົ້ມ ແຕ່ຕ້ອງແກ້ໄຂໂດຍການໃຊ້ສານເຄມີທຳປະຕິກິລິຍາ ເພື່ອໃຫ້ຄວາມກະດ້າງຕົກເປັນຕະກອນ ຫຼື ໃຊ້ຫຼັກການແລກປ່ຽນອີອອນໂດຍໃຊ້ເລຊິນຊຶ່ງວິທີທັງສອງນີ້ ສາມາດກຳຈັດຄວາມກະດ້າງໃນນ້ຳໄດ້ທັງສອງຊະນິດຊົ່ວຄາງ ແລະ ຖາວອນ.
ປະລິມານສານທັງໝົດທີ່ລະລາຍໄດ້ (Total Dissolved Solids: TDS) ໝາຍເຖິ່ງປະລິມານສານທັງໝົດທີ່ລະລາຍຢູ່ໃນນ້ຳໂດຍລວມເຖິງສານທີ່ບໍ່ແຕກຕົວໃນນ້ຳນັ້ນ ດ້ວຍປະລິມານສານທັງໝົດທີ່ລະລາຍໄດ້ໃນນ້ຳມີຄວາມສຳພັນ ກັບການຊັກນຳໄຟຟ້າຂອງນ້ຳນັ້ນ. ນ້ຳທີ່ມີປະລິມານສານລະລາຍຢູ່ຫຼາຍຈະນຳໄຟຟ້າໄດ້ດີ ນ້ຳທີ່ມີປະລິມານສານລະລາຍຢູ່ໜ້ອຍຈະນຳໄຟຟ້າໄດ້ນ້ອຍ. ແຕ່ການນຳໄຟຟ້າ ນອກຈາກຈະຂຶ້ນຢູ່ກັບຊະນິດສານທີ່ລະລາຍໃນນ້ຳນັ້ນດ້ວຍ. ເພາະສານ ຫຼື ອີອອນຕ່າງຊະນິດຈະນຳໄຟຟ້າໄດ້ບໍ່ເທົ່າກັນ ໂດຍທົ່ວໄປແລ້ວ, ປະລິມານສານທັງໝົດທີ່ລະລາຍຢູ່ໃນນ້ຳຈະຄຳນວນໄດ້ຈາກ ຄ່າການນຳໄຟຟ້າໄດ້ບໍ່ເທົ່າກັນ. ເນື່ອງຈາກ ນໍ້າບາດານ ແມ່ນໄຫຼຜ່ານບັນດາແຮ່ທ່າດຕ່າງໆ ສະນັ້ນ TDS ຈຶ່ງຕົວຊີ້ວັດທີ່ສຳຄັນ ແລະ ພື້ນຖານໃນການກວດຄຸນນະພາບນໍ້າ ເຄື່ອງມື TDS ແມ່ນມີຫຼາຍແບບ ແລະ ຫຼາຍຂະໜາດ ຊຶ່ງສາມາດຊອກຫາຂໍ້ມູນ ແລະ ເລືອກໃຊ້ ໄດ້ https://cl.accesstrade.in.th/001dvb001dtn
24 December 2021
Viewed 717 time